navigate_nextຂໍ້ມູນທະນາຄານnavigate_nextສະພາບໍລິຫານ

ທ່ານ ດຣ. ປີເຕີ ກອຍ, ຮອງປະທານສະພາບໍລິຫານ (ສັນຊາດດັດຮ)
ຄະນະກຳມະການສະພາບໍລິຫານ: ຄະນະກຳມະການບໍລິຫານຄວາມສ່ຽງ ແລະ ຂໍ້ມູນຂ່າວສານ (ປະທານ), ຄຸ້ມຄອງບໍລິຫານ (ສະມາຊິກ)
ທ່ານເກີດໃນປີ 1958. ທ່ານ ດຣ. ປີເຕີ ກອຍ ເຂົ້າຮ່ວມສະພາບໍລິຫານທະນາຄານ ເອຊີລີດາ ລາວ ຈຳກັດ ໃນເດືອນກໍລະກົດ ປີ 2008. ທ່ານໄດ້ຮັບໃບປະກາດສະນີຍະບັດຊັ້ນປະລິນຍາໂທ ໃນສາຂາທີ່ແຕກຕ່າງກັນເຊັ່ນ: ການເງິນບໍລິສັດ ແລະ ສັງຄົມວິທະຍາ ຈາກມະຫາວິທະຍາໄລ Rotterdam, ປະເທດເນເທີແລນ ເລີ່ມແຕ່ປີ 1993 ທ່ານໄດ້ແນະນຳໃຫ້ ເອຊີລີດາ ເປັນທີ່ປືກສາດ້ານການເງິນຈຸລະພາກເປັນເວລາຫລາຍກ່ວາ 7 ປີ ຈິ່ງໄດ້ພັດທະນາຕົນເອງມາເປັນ ທະນາຄານທຸລະກິດ.
ເລີ່ມແຕ່ປີ 1999 ທ່ານ ປີເຕີ ກອຍ ໄດ້ເຮັດວຽກເປັນທີ່ປຶກສາໄລຍະສັ້ນໃຫ້ແກ່ການເງິນຈຸລະພາກ ໃນໂຄງການຢູ່ 15 ປະເທດ ສ່ວນໃຫຍ່ແມ່ນຢູ່ໃນທະວີບອັບຟຣິກາ ແລະ ທະວີບ ເອເຊຍ. ນັບແຕ່ເດືອນກັນຍາ ປີ 2002 ຈົນເຖິງເດືອນທັນວາປີ 2005 ທ່ານ ປີເຕີ ກອຍ ເປັນຜູ້ອຳນວຍການ ຂອງໜ່ວຍງານການເງິນຈຸລະພາກຂອງອົງການ UNCDF ທີ່ ນີວຢອກ. ນັບແຕ່ເດືອນມີນາ ປີ 2006 ຈົນເຖິງ ເດືອນພຶດສະພາປີ 2011 ທ່ານ ປີເຕີ ກອຍ ໄດ້ເຮັດວຽກເປັນທີ່ປຶກສາໄລຍະສັ້ນ ໃຫ້ແກ່ ທະນາຄານ.
ເອຊີລີດາ ມະຫາຊົນ ໃນການສ້າງຕັ້ງ ທະນາຄານ ເອຊີລີດາ ລາວ ຈຳກັດ, ສະຖາບັນທຸລະກິດ ເອຊີລີດາ ຈຳກັດແລະ ບໍສິສັດຫລັກຊັບ ເອຊີລີດາ. ປັດຈຸບັນ ທ່ານ ປີເຕີ ກອຍ ສືບຕໍ່ດຳລົງຫລາຍຕຳແໜ່ງຢູ່ໃນສະພາບໍລິຫານ ທ່ານໄດ້ຮັບໃບປະ ກາດສະນີຍະບັດຈົບຫຼັກສູດ ຜູ້ອຳນວຍການບໍລິສັດຈາກສະຖາບັນ Australian Institute of Company Directors.


USD
THB
EUR
AUD
VND
CAD
KHR
JPY
GBP