www.acledabank.com.la

navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານ

Profile Photo

ທ່ານ ສູນດາລາ ລັດທິປັນຍາ
ຫົວໜ້າພະແນກຄຸ້ມຄອງການຂາຍ (ສັນຊາດລາວ)

ທ່ານເກີດເມື່ອເດືອນມີນາ 1985. ທ່ານໄດ້ຈົບການສຶກສາລະດັບປະລິນຍາຕີ ສາຂາການຄ້າສາກົນຈາກມະຫາວິທະຍາໄລການຄ້າ ສສ ຫວຽດນາມ. ທ່ານໄດ້ເລີ່ມຕົ້ນເຮັດວຽກກັບທະນາຄານ ເອຊີລີດາ ໃນຕຳແໜ່ງເປັນພະນັກງານສິນເຊື່ອເມື່ອ ເດືອນຕຸລາປີ 2009 ແລະ ທ່ານໄດ້ຮັບການແຕ່ງຕັ້ງຮັບຜິດຊອບ ເປັນຫົວໜ້າໜ່ວຍງານຄົ້ນຄວ້າ ແລະ ພັດທະນາຫລັກ ການສິນເຊື່ອ ປະຈຳຢູ່ພະແນກສິນເຊື່ອຈົນຮອດ ປີ 2013, ຕໍ່ມາທ່ານໄດ້ດຳລົງຕຳແໜ່ງຮັບຜິດຊອບເປັນຫົວໜ້າສາຂາ ສະຫວັນນະເຂດຈົນຮອດປີ2013, ໃນທ້າຍປີ 2013 ທ່ານ ໄດ້ດຳລົງຕຳແໜ່ງເປັນຮອງຫົວໜ້າພະແນກການຕະຫລາດ ປະຈຳຢູ່ພະແນກການຕະຫລາດຈົນຮອດປີ 2017 ແລະ ມາຮັບ ຕຳແໜ່ງເປັນຫົວໜ້າຫ້ອງການບໍລິການສິນເຊື່ອຈົນ ເຖິງປີ 2020 ແລະ ທ່ານໄດ້ຮັບການແຕ່ງ ຕັ້ງເປັນຫົວໜ້າພະແນກຄຸ້ມຄອງການຂາຍສິນເຊື່ອນັບແຕ່ ເດືອນຕຸລາ ປີ 2020 ແລະ ມາຮອດເດືອນ ມີນາ 2025 ທ່ານໄດ້ມາຮັບຜິດຊອບພະແນກຄຸ້ມຄອງການຂາຍ ໂດຍທ່ານໄດ້ຄຸ້ມຄອງໂດຍກົງຄື: ຫ້ອງການບໍລິການສິນເຊື່ອ, ຫ້ອງການບໍລິການທາງການເງິນ, ໜ່ວຍງານຄຸ້ມຄອງການຂາຍສິນເຊື່ອ ແລະ ໜ່ວຍງານຄຸ້ມຄອງບົດລາຍງານ ແລະ ແຜນການ. ທ່ານເປັນຜູ້ນຳພາວຽກງານຄຸ້ມຄອງການຂາຍຂອງທະນາຄານ ເອຊີລີດາ ລາວ ຈຳກັດ.

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 12 ຜູ້ເຂົ້າຊົມມື້ນີ້: 1,299 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່