navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານt

ທ່ານ ນາງ.ນິດດາວັນ ວັດທະນະທຳ
ຫົວໜ້າຫ້ອງການບໍລິຫານຄວາມສ່ຽງ (ສັນຊາດລາວ)
ເກີດເມື່ອວັນທີ 29 ເດືອນ ທັນວາ ປີ 1984, ທ່ານ ນາງ. ນິດດາວັນ ວັດທະນະທຳ ໄດ້ເລີ່ມເຂົ້າເຮັດວຽກກັບ ທະນາຄານ ເອຊີລີດາ ລາວ ຈຳກັດ, ໃນເດືອນ ພຶດສະພາ ປີ 2008. ດັ່ງ ໃນຄວາມຮັບຜິດຊອບໃນໄລຍະຜ່ານມາ, ທ່ານໄດ້ເປັນຫົວໜ້າ ໜ່ວຍງານບໍລິຫານ ຂອງສາຂານະຄອນຫລວງວຽງຈັນ ໃນປີ 2009, ຕໍ່ມາໃນທ້າຍປີ ທ່ານໄດ້ເປັນຫົວໜ້າໜ່ວຍງານຄຸ້ມຄອງວຽກງານຝ່າຍບຸກຄົນ, ຫຼັງຈາກນັ້ນ ທ່ານໄດ້ ຖືກແຕ່ງຕັ້ງໃຫ້ເປັນຕຳແໜ່ງ ຜູ້ຊ່ວຍຫົວໜ້າພະແນກຊັບພະຍາກອນມະນຸດທີ່ພະແນກຊັບພະຍາກອນມະນຸດ ເຊີ່ງ ຄຸ້ມຄອງ ແລະ ນຳພາວຽກງານໃນໜ່ວຍງານເງິນເດືອນ, ໜ່ວຍງານເງິນອຸດໜູນ ແລະ ໜ່ວຍງານຕີລາຄາປະເມີນຜົນງານຢູ່ພະແນກຊັບພະຍາກອນມະນຸດ,ທ່ານຍັງໄດ້ຮັບຜິດຊອບໃນການປັບປຸງ ແລະ ພັດທະນາບັນດາລະບຽບ, ຫຼັກການ, ນິຕິວິທີທີ່ກ່ຽວກັບ ໜ່ວຍງານທີ່ຮັບຜິດຊອບ ຂອງທະນາຄານ ຈົນເຖີງປີ 2020 ແລະ ໃນປະຈຸບັນ ທ່ານ ໄດ້ເປັນຕຳແໜ່ງຫົວໜ້າຫ້ອງການບໍລິຫານຄວາມສ່ຽງ ເຊີ່ງຮັບຜິດຊອບໃນການນຳພາ ແລະ ບໍລິຫານວຽກໃນໜ່ວຍງານບໍລິຫານຄວາມສ່ຽງດ້ານການປະຕິບັດງານ, ການຕະຫຼາດ ແລະ ທຶນ ແລະ ທ່ານຍັງ ເປັນເລຂາຂອງຄະນະກຳມະການບໍລິຫານຄວາມສ່ຽງ ແລະ ຂໍ້ມູນຂ່າວສານ ຂອງທະນາຄານ ເອຊີລີດາ ລາວ ຈຳກັດ ອີກດ້ວຍ, ທ່ານໄດ້ສຳເລັດການສຶກສາໃນລະດັບປະລິນຍາຕີ ດ້ານການບໍລິຫານທຸລະກິດທີ່ວິທະຍາໄລ ລາວ-ອາເມລິກາ ແລະ ສຳເລັດການສຶກສາລະດັບປະລິນຍາໂທບໍລິຫານທຸລະກິດ, ກຸ່ມວິຊາການເງິນ, ພາຍໃຕ້ໂຄງ ການຮ່ວມມືການບໍລິການທາງວິຊາການລະຫ່ວາງວິທະຍາໄລ ຣັຕນະບໍລິຫານທຸລະກິດ (ສປປ ລາວ) ກັບ ວິທະຍາໄລ ສັນຕະຜົນ (ປະເທດໄທ).


USD
THB
EUR
AUD
VND
CAD
KHR
JPY
GBP