www.acledabank.com.la

navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextເງິນຝາກnavigate_nextບັນຊີຝາກມີກຳນົດ

ບັນຊີຝາກມີກຳນົດ

ພວກເຮົາຮູ້ດີວ່າທ່ານຊອກຫາສະຖານທີ່ທີ່ມີຄວາມປອດໄພ ແລະ ເຊື່ອຖືໄດ້ສະເໝີໃນການຝາກເງິນຂອງທ່ານ ແລະ ຄາດຫວັງການເຕີບໂຕເພື່ອຕອບສະໜອງຄວາມຕ້ອງການຂອງທ່ານໃນອານາຄົດ ລວມທັງອັດຕາດອກເບ້ຍ. ທາງເລືອກທີ່ດີທີ່ສຸດສຳລັບທ່ານກໍ່ຄືການເປີດບັນຊີຝາກມີກຳນົດກັບທະນາຄານ ເອຊີລີດາ ລາວ

ດ້ວຍບັນຊີຝາກມີກຳນົດຂອງທະນາຄານ ເອຊີລີດາ ລາວ ທ່ານຈະໄດ້ຮັບອັດຕາດອກເບ້ຍທີ່ໜ້າພໍໃຈເຊິ່ງທ່ານສາມາດຝາກສະກຸນເງິນກີບ, ໂດລາ ແລະ ບາດ. ທ່ານຍັງສາມາດເລືອກການຮັບດອກເບ້ຍໄດ້ 2 ແບບ ເຊັ່ນ: ຮັບດອກເບ້ຍທຸກເດືອນ ຫຼຶ ຮັບດອກເບ້ຍເມື່ອຄົບກຳນົດ

ເງື່ອນໄຂ

  • ສໍາລັບການບໍລິການ ແລະ ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ຫາພະນັກງານບໍລິການໄດ້ທຸກສາຂາສາຂາ ຫຼື ສູນປະຊາສຳພັນ ຂອງພວກເຮົາ.
  • ຕື່ມຂໍ້ມູນໃສ່ແບບຟອມລົງທະບຽນສ່ວນບຸກຄົນ
  • ຕື່ມຂໍ້ມູນໃສ່ແບບຟອມເປີດບັນຊີສ່ວນບຸກຄົນ ແລະ ຕົ້ນແບບລາຍເຊັນ
  • ວົງເງີນເລີ່ມຕົ້ນຝາກ 1.000.000 ກີບ, 500 ໂດລາ, 20.000 ບາດ

ຜົນປະໂຫຍດ

  • ຮັກສາເງິນສົດດ້ວຍຄວາມປອດໄພ ແລະ ໄດ້ຮັບອັດຕາດອກເບ້ຍ
  • ທະນາຄານຈະອອກໃບຢັ້ງຢືນເງິນຝາກໃຫ້ ແລະ ທ່ານຍັງສາມາດນຳໃຊ້ໃບຢັ້ງຢືນເງິນຝາກເປັນຫຼັກຊັບຄ້ຳປະກັນໄດ້ເມື່ອທ່ານຕ້ອງການສິນເຊື່ອກັບພວກເຮົາ

ປະເພດບັນຊີຝາກມີກຳນົດ

  • ຮັບດອກເບ້ຍມື້ຄົບກຳນົດ 
  • ຮັບດອກເບ້ຍທຸກເດືອນ 

ບັນຊີຝາກມີກຳນົດແບບຮັບດອກເບ້ຍ ແລະ ຕົ້ນທຶນເມື່ອຄົບກຳນົດເປັນບັນຊີທີ່ມີໄລຍະເວລາທີ່ແນ່ນອນໂດຍໃຫ້ອັດຕາດອກເບ້ຍພິເສດເຊິ່ງຊຳລະພ້ອມກັບຕົ້ນທຶນເມື່ອຄົບກຳນົດ

ອັດຕາດອກເບ້ຍຕໍ່ປີ
ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 01 ກັນຍາ 2026 ເປັນຕົ້ນໄປ
ໄລະຍະເວລາ ກີບ ໂດລາ ບາດ
3 months---
6 months6.50%--
9 months7.50%--
12 months9.00%--
24 months10.00%--
≥36 months10.50%--

contact_supportອັດຕາດອກເບ້ຍສະແດງເພື່ອຈຸດປະສົງຊີ້ບອກເທົ່ານັ້ນ ແລະ ອາດມີການປ່ຽນແປງໄດ້. ສໍາລັບການບໍລິການ ແລະ ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ຫາສາຂາທີ່ໃກ້ທີ່ສຸດ ຫຼື ສູນປະຊາສຳພັນ ຂອງພວກເຮົາ.

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ທະນາຄານໃນມືຂອງທ່ານ.

245.3K PEOPLE USE THIS.

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 28 ຜູ້ເຂົ້າຊົມມື້ນີ້: 655 ຜູ້ເຂົ້າຊົມມື້ວານນີ້: 0
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່