www.acledabank.com.la

navigate_nextຜະລິດຕະພັນ & ບໍລິການnavigate_nextລູກຄ້າທຸລະກິດnavigate_nextເງິນຝາກnavigate_nextບັນຊີພະສົງ ແລະ ກອງທຶນວັດ

ບັນຊີພະສົງ ແລະ ກອງທຶນວັດ

ບັນຊີພະສົງ ແລະ ກອງທຶນວັດເປັນບໍລິການເງິນຝາກອີກປະເພດໜຶ່ງຂອງພວກເຮົາ ເຊິ່ງພະສົງ, ວັດ ຫຼື ສະມາຄົມພຸດທະສາສະໜາສາມດເປີດບັນຊີສຳລັບການບໍລິຫານຈັດການເງິນສົດ ຫຼື ກອງທຶນຂອງວັດ ແລະ ອື່ນໆ

ຜົນປະໂຫຍດ

  • ເກັບຮັກສາເງິນສົດ ຫຼື ກອງທຶນວັດໄວ້ໃນບ່ອນທີ່ປອດໄພ ແລະ ສະດວກສະບາຍ, ສາມາດຖອນເງິນໄດ້ຕາມຄວາມຕ້ອງການທຸກເວລາ
  • ມີການຈັດການເງິນສົດດ້ວຍຄວາມໂປ່ງໃສ ແລະ ປອດໄພທີ່ທະນາຄານ ເອຊີລີດາ ລາວ ຈຳກັດ ແລະ ການຈ່າຍເງິນສົດໃຫ້ພາກສ່ວນອື່ນໆ
  • ຮັບເງິນໂມທະນາ ຫຼື ກອງທຶນອື່ນໆຈາກຊາວພຸດ ແລະ ປະຊາຊົນທົ່ວໄປດ້ວຍການໂອນເຂົ້າບັນຊີຜ່ານເອຊີລີດາໂມບາຍ ແລະ ທະນາຄານ ເອຊີລີດາ ໄດ້ທຸກທີ່ ທຸກເວລາ ທົ່ວປະເທດ
  • ມີລາຍຮັບຈາກອັດຕາດອກເບ້ຍ
  • ປ້ອງກັນຄວາມສ່ຽງ
  • ສ້າງຄວາມເຊື່ອໝັ້ນໃຫ້ກັບຊາວພຸດ

ຄຸນລັກສະນະ

  • ບັນຊີພະສົງ ແລະ ກອງທຶນວັດແມ່ນປະເພດບັນຊີກະແສລາຍວັນ, ບັນຊີຝາກປະຢັດ ຫຼື ບັນຊີຝາກມີກຳນົດ ຂຶ້ນກັບຄວາມຕ້ອງການ
  • ບໍ່ມີວົງເງິນຝາກເລີ່ມຕົ້ນ ແລະ ຍອດເງິນຕ່ຳສຸດໃນບັນຊີ
  • ສາມາດເປີດບັນຊີສະກຸນເງິນກີບ, ໂດລາ ຫຼື ບາດ

ເອກະສານນຳໃຊ້ເປີດບັນຊີ

ບັນຊີສ່ວນບຸກຄົນ

  • ຄົນລາວ 
    • ບັດພະສົງທີີ່ມີຮູບຖ່າຍ
    • ທີ່ຢູ່
    • ເບີໂທລະສັບ ແລະ/ຫຼື ອີເມວ
  • ຄົນຕ່າງປະເທດ 
    • ບັດພະສົງທີີ່ມີຮູບຖ່າຍ ແລະ ໜັງສືຜ່ານແດນທີ່ມີອາຍຸການນຳໃຊ້ 3 ເດືອນ ນັບຈາກມື້ຮັບເອກະສານ
    • ໃບຢັ້ງຢືນທີ່ຢູ່ທີ່ອອກໂດຍເຈົ້າໜ້າທີ່ ຫຼື ເຈົ້າອາວາດ
    • ເບີໂທລະສັບ ແລະ/ຫຼື ອີເມວ

ບັນຊີຮ່ວມ

  • ຄົນລາວ: ສະມາຊິກບັນຊີແຕ່ລະຄົນຕ້ອງສະໜອງເອກະສານດັ່ງທີ່ລະບຸໃນ ຂໍ້ 1 ຂ້າງເທິງ ແລະ/ຫຼື ເອກະສານຢັ້ງຢືນຕົວຕົນຂອງຍາດໂຍມທີ່ເປັນສະມາຊິກບັນຊີ
  • ຄົນຕ່າງປະເທດ: ສະມາຊິກບັນຊີແຕ່ລະຄົນຕ້ອງສະໜອງເອກະສານດັ່ງທີ່ລະບຸໃນ ຂໍ້ 2 ຂ້າງເທິງ ແລະ/ຫຼື ໜັງສືຜ່ານແດນຂອງຍາດໂຍມທີ່ເປັນສະມາຊິກບັນຊີ
  • ຄົນລາວ ແລະ ຕ່າງປະເທດ:
    • ຄົນລາວ: ສະມາຊິກບັນຊີແຕ່ລະຄົນຕ້ອງສະໜອງເອກະສານດັ່ງທີ່ລະບຸໃນ ຂໍ້ 1 ຂ້າງເທິງ ແລະ/ຫຼື ເອກະສານຢັ້ງຢືນຕົວຕົນຂອງຍາດໂຍມທີ່ເປັນສະມາຊິກບັນຊີ
    • ຄົນຕ່າງປະເທດ: ສະມາຊິກບັນຊີແຕ່ລະຄົນຕ້ອງສະໜອງເອກະສານດັ່ງທີ່ລະບຸໃນ ຂໍ້ 2 ຂ້າງເທິງ ແລະ/ຫຼື ໜັງສືຜ່ານແດນຂອງຍາດໂຍມທີ່ເປັນສະມາຊິກບັນຊີ ແລະ ບໍ່ຈຳເປັນສະໜອງເອກະສານຢັ້ງຢືນຈາກເຈົ້າອາວາດ ຫຼື ເຈົ້າໜ້າທີ່ທ້ອງຖິ່ນ

ບັນຊີກອງທຶນວັດ

  • ເອກະສານຢັ້ງຢືນຕົວຕົນຂອງສະມາຊິກບັນຊີເຊັ່ນ: ບັດພະສົງ ແລະ/ຫຼື ບັດປະຈຳຕົວ ຫຼື ໜັງສືຜ່ານແດນຂອງສະມາຊິກກຳມະການວັດ ຫຼື ທີມງານສະມາຄົມພຸດທະສາສະໜາ
  • ຂໍ້ຕົກລົງແຕ່ງຕັ້ງເຈົ້າອາວາດ ຫຼື ຫົວໜ້າສະມາຄົມພຸດທະສາສະໜາ
  • ໂຄງສ້າງການຄຸ້ມຄອງທີ່ປະກອບມີສະມາຊິກຄະນະກຳມະການວັດ ຫຼື ທີມງານສະມາຄົມພຸດທະສາສະໜາ
  • ກົດລະບຽບຂອງສະມາຄົມພຸດສາສະໜາ ຫຼື ວັດ
  • ໜັງສືອະນຸຍາດ ຫຼື ຂໍ້ຕົກລົງຈາກກົມກອງທີ່ກ່ຽວຂ້ອງ/ແນວລາວສ້າງຊາດເຊັ່ນ: ເອກະສານສ້າງຕັ້ງວັດ, ໜັງສືແຕ່ງຕັ້ງຊື່ວັດ ຫຼື ເອກະສານຢັ້ງຢືນຂອງສະມາຄົມ ແລະ ອື່ນໆ
  • ຂໍ້ຕົກລົງການຕັດສິນໃຈຂອງເຈົ້າອາວາດ, ປະທານຄະນະກຳມະການພຸດທະສາສະໜາ ຫຼື ປະທານອົງການພຸດທະສາສະໜາ ກ່ຽວກັບການເປີດບັນຊີ.
  • ໜັງສືມອບສິດເປັນຕົວແທນໃຫ້ແກ່ວັດ ຫຼື ສະມາຄົມພຸດທະສາສະໜາ ຫຼື ເອກະສານອື່ນທີ່ກ່ຽວຂ້ອງ.
  • ເອກະສານທັງໝົົດຂ້າງເທິງແມ່ນຈຳເປັນຕ້ອງໄດ້ສະໜອງໃຫ້ເປັນພາສາລາວ ຫຼື ພາສາອັງກິດ ຫຼື ແປເປັນພາສາລາວ ຫຼື ພາສາອັງກິດຢ່າງເປັນທາງການ.

contact_supportສໍາລັບການບໍລິການ ແລະ ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ຫາສາຂາທີ່ໃກ້ທີ່ສຸດ ຫຼື ສູນປະຊາສຳພັນ ຂອງພວກເຮົາ.

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ທະນາຄານໃນມືຂອງທ່ານ.

245.3K PEOPLE USE THIS.

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 29 ຜູ້ເຂົ້າຊົມມື້ນີ້: 656 ຜູ້ເຂົ້າຊົມມື້ວານນີ້: 0
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່