www.acledabank.com.la

navigate_nextຂໍ້ມູນທະນາຄານnavigate_nextສະພາບໍລິຫານ

Profile Photo

ທ່ານ ດຣ. ອິນ ຈັນນີີ, ປະທານສະພາບໍລິຫານ (ສັນຊາດກຳປູເຈຍ)

ທ່ານເກີດເມື່ອເດືອນມິຖຸນາ ປີ 1960. ທ່ານເຂົ້າເປັນປະທານສະພາບໍລິຫານ ທະນາຄານ ເອຊີລີດາ ລາວ ຈຳກັດ. ໃນເດືອນ ທັນວາ ປີ 2014. ທ່ານເປັນປະທານສະພາບໍລິຫານ, ປະທານຄະນະກຳມະການຄຸ້ມຄອງບໍລິຫານຂອງສະພາບໍລິຫານ ແລະ ເປັນສະມາຊິກ ຄະນະກຳມະການກວດສອບຂອງສະພາບໍລິຫານ. ທ່ານເປັນຜູ້ຕາງໜ້າຜູ້ຖືຮຸ້ນຂອງ ທະນາຄານ ເອຊີລີດາ ລາວ ຈຳກັດ. ນອກຈາກ ທະນາຄານ ເອຊີລີດາ ລາວ ຈຳກັດ ແລ້ວ. ທ່ານເປັນຜູ້ໜຶ່ງທີ່ໄດ້ມີສ່ວນຮ່ວມໃນການສ້າງຕັ້ງ ເອຊີລີດາ ໃນເດືອນມັງກອນ ປີ 1993. ທ່ານໄດ້ເຂົ້າຮ່ວມສະພາບໍລິຫານ ທະນາຄານ ເອຊີລີດາ ມະຫາຊົນ (ກຳປູເຈຍ) ໃນເດືອນສິງຫາ ປີ 2014. ທ່ານເປັນປະທານໃຫຍ່ ແລະ ປະທານກຸ່ມຜູ້ອຳນວຍການ ຂອງທະນາຄານ ເອຊີລີດາ ມະຫາຊົນ ແລະ ທັງເປັນປະທານຄະນະຜູ້ບໍລິຫານ. ທ່ານໄດ້ນຳພາຄະນະຜູ້ບໍລິຫານ ເຊິ່ງຮັບຜິດຊອບການວາງແຜນຍຸດທະສາດລວມ ແລະ ດຳເນີນທຸລະກິດໃນແຕ່ລະວັນ ຂອງທະນາຄານ ເອຊີລີດາ ມະຫາຊົນ ແລະ ບໍລິສັດໃນກຸ່ມ ໂດຍສະເພາະການຈັດຕັ້ງ ປະຕິບັດຕາມແຜນທຸລະກິດ. ທ່ານເປັນຜູ້ຮັບຜິດຊອບໂດຍກົງຕໍ່ສະພາບໍລິຫານ ທະນາຄານ ເອຊີລີດາ ມະຫາຊົນ.

ນອກຈາກນັ້ນ, ທ່ານຍັງມີໜ້າທີ່ຮັບຜິດຊອບອື່ນພາຍໃນກຸ່ມບໍລິສັດອີກເຊັ່ນ: ເປັນຕາງໜ້າຜູ້ຖືຮຸ້ນຂອງ ບໍລິສັດຫລັກຊັບ ເອຊີລີດາ ມະຫາຊົນ, ສະຖາບັນທຸລະກິດ ເອຊີລີດາ ຈຳກັດ, ສະຖາບັນການເງິນຈຸລະພາກ ເອຊີລີດາ ມຽນມາ ຈຳກັດ ແລະ ບໍລິສັດຊັບສິນ ເອຊີລີດາ ຈຳກັດ, ທັງເປັນປະທານສະພາບໍລິຫານ ແລະ ເປັນສະມາຊິກຂອງບັນດາຄະນະກຳມະການສະພາບໍລິຫານ ຂອງສະຖາບັນການເງິນຈຸລະພາກ ເອຊີລີດາ ມຽນມາ ຈຳກັດ. ທ່ານຍັງເປັນປະທານສະພາບໍລິຫານ ຂອງ ACLEDA Financial Trust.

ທ່ານເປັນໜຶ່ງໃນສະມາຊິກສະພາບໍລິຫານ ຂອງ Entrepreneur Development Fund (EDF), the Royal Government of Cambodia established Trust, ພ້ອມທັງເປັນຕາງໜ້າໃຫ້ ທະນາຄານ ເອຊີລີດາ ມະຫາຊົນ ໃນການເປັນສະມາຊິກ ຂອງສະພາເສດຖະກິດໂລກ.

ທ່ານສຳເລັດຫຼັກສູດ Financial Institutions for Private Enterprise Development (FIPED) ທີ່ ມະຫາວິທະຍາໄລ Harvard ປະເທດສະຫາລັດອາເມຣິກາ ໃນປີ 1998. ທ່ານໄດ້ຮັບໃບປະກາດສະນີຍະບັດ ປະລິນຍາເອກ ດ້ານການບໍລິຫານທຸລະກິດ ແລະ ໄດ້ຮັບໃບປະກາດສະນີຍະບັດ ຈົບຫຼັກສູດຜູ້ອຳນວຍການບໍລິສັດຈາກສະຖານບັນ Australian Institute of Company Directors (GAICD).

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 8 ຜູ້ເຂົ້າຊົມມື້ນີ້: 1,295 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່