www.acledabank.com.la

navigate_nextຜະລິດຕະພັນ&ບໍລິການnavigate_nextດີຈິຕອລnavigate_nextບໍລິການສັ່ງຈ່າຍຜ່ານອີເມລ/ແຟັກ

ບໍລິການສັ່ງຈ່າຍຜ່ານອີເມລ/ແຟັກ

ການສັ່ງຈ່າຍ​ຜ່ານ​ທາງ E-mail/Fax ຊ່ວຍໃຫ້ທ່ານ​ຊຳລະ​ສິນຄ້າ, ໂອນ​ເງິນ, ຫຼື​ຖອນ​ເງິນ​ໃຫ້​ຜູ້​ຮັບ​ຜົນ​ປະ​ໂຫຍ​ດ ຫຼື​ ການ​ດຳ​ເນີນ​ການອື່ນໆ​ຕາມ​ຄວາມ​ຕ້ອງການ​ຂອງ​ທ່ານ​ໄດ້​ຢ່າງ​ສະດວກ​ສະບາຍ​ໂດຍ​ການ​ສົ່ງ E-mail/Fax ມາ​ທີ່​ທະນາຄານ ເອຊີລີດາ ລາວ ຈຳກັດ.

ຄ່າທຳນຽມ

  • ຄ່າທຳນຽມດຳເນີນການ: 30.000 ກີບ, 3 ໂດລາ, 120 ບາດ
  • ຄ່າບໍລິການ: 20.000 ກີບ, 0,20 ໂດລາ, 10 ບາດຕໍ່ຄ້ັງ ບວກເພີ່ມຄ່າທຳນຽມໂອນເງິນພາຍໃນ (ຖ້າມີ)
  • ຄ່າທຳນຽມຍົກເລີກບໍລິການ: ບໍ່ເກັບຄ່າທຳນຽມ
warningຄ່າທຳນຽມໃນເວັບໄຊຂອງພວກເຮົາແມ່ນແຈ້ງເພື່ອຈຸດປະສົງໃນການບົ່ງຊີ້ເທົ່ານັ້ນ ແລະ ອາດມີການປ່ຽນແປງ. ກະລຸນາຕິດຕໍ່ສູນປະຊາສຳພັນຂອງພວກເຮົາ ສໍາລັບຄວາມຕ້ອງການການບໍລິການ ແລະ ຂໍ້ມູນເພີ່ມເຕີມ

ວິທີການນຳໃຊ້

  • ກະລຸນາຕື່ມຂໍ້ມູນໃສ່ໃນແບບຟອມລົງທະບຽນໂດຍການໃຫ້ຊື່ທີ່ຖືກຕ້ອງ, ເລກບັນຊີ, ແລະ ບັດປະຈໍາຕົວທີ່ໃຊ້ໃນເວລາທີ່ທ່ານເປີດບັນຊີ ແລະ ໃຫ້ E-mail/Fax ຂອງທ່ານ;
  • ສົ່ງອີເມວ/ແຟັກໄປຫາຫົວໜ້າພະແນກບໍລິການ ຫຼື ຫົວໜ້າສາຂາທີ່ທ່ານໄດ້ລົງທະບຽນໃຊ້ບໍລິການ
  • ໃນ​ເວ​ລາ​ໂອນ​ເງິນ​, ການ​ຊໍາ​ລະ​ສິນ​ຄ້າ​ຂອງ​ທ່ານ​, ຫຼື​ການ​ຖອນ​ເງິນ​, ກະ​ລຸ​ນາ​ລະບຸ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​ຂອງ​ທ່ານ​ຢ່າງ​ຊັດ​ເຈນ​ໃນ E​-mail/Fax ຂອງ​ທ່ານ​ເຊັ່ນ​: ຊື່​, ເລກ​ບັນ​ຊີ​, ຈໍາ​ນວນ​ເງິນ​, ຈຸດ​ປະ​ສົງ​, ຫຼື​ເອ​ກະ​ສານ​ອື່ນໆ​ແລະ​ ​ແນ່​ໃຈວ່​າ​ທ່ານ​ມີ​ຍອດ​ເຫຼືອ​ພຽງ​ພໍ​ໃນບັນ​ຊີ​ຂອງ​ທ່ານ
  • ຖ້າທ່ານສັ່ງຈ່າຍດ້ວຍການແຟັກ (ໂທລະເລກ), ຕ້ອງມີລາຍເຊັນຂອງເຈົ້າຂອງບັນຊີ (ຜູ້ສະຫມັກ)
  • ລະບຸຂໍ້ມູນຜູ້ຮັບໃຫ້ຊັດເຈນ ແລະ ຖືກຕ້ອງ ດັ່ງນີ້:
    • ກໍລະນີມີບັນຊີ: ເລກບັນຊີ ແລະ ຊື່ບັນຊີ
    • ກໍລະນີບໍ່ມີບັນຊີ: ຊື່, ເພດ, ອາຍຸ, ເລກບັດປະຈຳຕົວ, ສຳມະໂນຄົວ ຫຼື ໜັງສືຜ່ານແດນ, ທີ່ຢູ່ຂອງຜູ້ຮັບ ແລະ ຂໍ້ມູນທະນາຄານຂອງຜູ້ຮັບ (ທ່ານຕ້ອງຕິດຕໍ່ຫາຜູ້ຮັບໂດຍກົງເພື່ອສະໜອງເອກະສານທີ່ຕ້ອງການ)
    • ແລະ ຕິດຕໍ່ຫາຫົວໜ້າພະແນກບໍລິການ ຫຼື ຫົວໜ້າສາຂາເພີ່ມຕື່ມເພື່ອຮັບຮອງ ຖ້າຫາກຜູ້ັຮັບມີຂໍ້ສົງໃສ ຫຼື ບໍ່ໄດ້ຮັບເງິນ

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ທະນາຄານໃນມືຂອງທ່ານ.

245.3K PEOPLE USE THIS.

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 16 ຜູ້ເຂົ້າຊົມມື້ນີ້: 932 ຜູ້ເຂົ້າຊົມມື້ວານນີ້: 0
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່