navigate_nextBank Profilenavigate_nextສະພາບໍລິຫານ

ທ່ານ ນາງ ກິມ ໂສເທຍວີ, ສະມາຊິກສະພາບໍລິຫານ (ສັນຊາດກຳປູເຈຍ)
ຄະນະກຳມະການສະພາບໍລິຫານ: ກວດສອບ (ສະມາຊິກ)
ທ່ານເກີດໃນເດືອນຕຸລາ ປີ 1965. ທ່ານນາງ ກິມ ໂສເທຍວີ ໄດ້ເຂົ້າຮ່ວມເຮັດວຽກນຳ ເອຊີລີດາ ຕັ້ງແຕ່ ເດືອນກັນຍາ 1994. ປັດຈຸບັນດຳລົງຕຳແໜ່ງເປັນ ຫົວໜ້າອາວຸໂສ ຜູ້ກວດສອບພາຍໃນ. ມີບົດບາດໜ້າທີ່ໃນການກຳນົດແຜນຍຸດທະ ສາດໂດຍລວມ ແລະ ດຳເນີນການເຄື່ອນໄຫວວຽກງານກວດສອບພາຍໃນຂອງທະນາຄານໃນແຕ່ລະວັນຕະຫຼອດເຖິງການ ຈັດຕັ້ງປະຕິບັດແຜນການຂອງກຸ່ມກວດສອບພາຍໃນ. ເພື່ອຮັບປະກັນຄວາມເປັນອິດສະຫຼະ ຂອງວຽກງານການກວດສອບ ທ່ານມີໜ້າທີ່ລາຍງານໂດຍກົງຫາ ຄະນະກຳມະການກວດສອບ ເພື່ອໃຫ້ຂໍ້ມູນ ແລະ ອະທິບາຍ ເຖິງບັນຫາທີ່ກ່ຽວຂ້ອງ ແລະ ຕາມວັດຖຸປະສົງຂອງຄະນະກຳມະການກວດສອບ.
ທ່ານຮັບຜິດຊອບຊີ້ນຳວຽກງານການກວດສອບພາຍໃນ, ເຊິ່ງປະກອບມີ 2 ກົມ ແລະ 4 ພະແນກຄື:
- ກົມພັດທະນາການກວດສອບພາຍໃນ,
- ກົມກວດສອບການປ້ອງກັນຂໍ້ມູນຂ່າວສານ,
- ພະແນກລາຍງານການກວດສອບ,
- ພະແນກກວດສອບສິນເຊື່ອ,
- ພະແນກກວດສອບການເງິນ,
- ພະແນກກວດສອບ AML & CFT
ທ່ານໄດ້ຮັບໃບປະກາດສະນີຍະບັດ ລະດັບປະລິນຍາໂທ ດ້ານການເງິນ ແລະ ການທະນາຄານ ແລະ ຍັງໄດ້ຮັບໃບປະກາດສະນີຍະບັດ ຈົບຫຼັກສູດຜູ້ອຳນວຍການບໍລິສັດຈາກສະຖານບັນ Australian Institute of Company Directors (GAICD).


USD
THB
EUR
AUD
VND
CAD
KHR
JPY
GBP