navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານ

ທ່ານ ຖະໜອມຈິດ ວາຣິນທຣະສັກ
ຫົວຫນ້າພະແນກສິນເຊື່ອ (ສັນຊາດລາວ)
ສັນຊາດລາວ, ເກີດເມື່ອວັນທີ 21 ເມສາ 1987. ທ່ານສຳເລັດການສຶກສາລະດັບ ປະລິນຍາໂທສາ ຂາວິຊາບໍລິຫານທຸລະກິດ ຈາກສະຖາບັນພັດທະນາຊັບພະຍາ ກອນມະນຸດ ລາວ-ຢິປຸ່ນ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ປະລິນຍາຕີ ກົດໝາຍຍຸດຕິທຳ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ.
ທ່ານໄດ້ເລີ່ມເຮັດວຽກກັບ ທະນາຄານ ເອຊີລີດາ ລາວ ຈຳກັດ ໃນປີ 2009 ໃນສາຍວຽກງານສິນເຊື່ອ ແລະ ໄດ້ຖືກແຕ່ງຕັ້ງເປັນຜູ້ຊ່ວຍຫົວໜ້າພະແນກສິນເຊື່ອ ໃນປີ 2014 ແລະ ເລື່ອນຕຳແໜ່ງມາເປັນຮອງຫົວໜ້າພະແນກສິນເຊື່ອ ໃນປີ 2015 ແລະ ໄດ້ຖືກຮັບມອບໜາຍເປັນຫົວ ໜ້າພະແນກຊັບພະຍາກອນມະນຸດ ໃນເດືອນ ມີຖຸນາ ປີ 2016 ຫາ ປີ 2019 ແລະ ມາດຳລົງຕຳແໜ່ງເປັນຫົວໜ້າພະແນກສິນເຊື່ອ ຕັ້ງແຕ່ວັນທີ 01 ພຶດສະພາ 2019. ປັດຈຸບັນ ຫົວໜ້າພະແນກສິນເຊື່ອ, ທ່ານເປັນຜູ້ຄຸ້ມຄອງໂດຍກົງ ແລະ ຮັບຜິດຊອບ ໜ່ວຍງານຄົ້ນຄວ້າ ແລະ ພັດທະນາຫຼັກການ, ໜ່ວຍງານກວດກາສິນເຊື່ອ, ໜ່ວຍງານແກ້ໄຂໜີ້ສິນ, ໜ່ວຍງານວິເຄາະສິນເຊື່ອ ແລະ ໜ່ວຍງານສະໜອງຂໍ້ມູນຂ່າວສານສິນເຊື່ອ ແລະ ໜ່ວຍງານພັດທະນາໂມເດວຢູ່ໃນອິມແພເມັ້ນສິນເຊື່ອ. ທ່ານເປັນສະມາຊິກ ຂອງຄະນະກຳ ມະການບໍລິຫານງານຂອງທະນາຄານ ເອຊີລີດາ ລາວ ຈຳກັດ, ຄະນະກຳມະການຄຸ້ມຄອງຊັບສິນ ແລະ ໜີ້ສິນ. ເປັນປະທານຄະນະກຳມະການບໍລິຫານສິນເຊື່ອ ຂອງທະນາຄານ ເອຊີລີດາ ລາວ ຈຳກັດ.


USD
THB
EUR
AUD
VND
CAD
KHR
JPY
GBP