www.acledabank.com.la

navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານ

Profile Photo

ທ່ານ ສະຫລອງໄຊ ພົນປະເສີດ
ຫົວໜ້າພະແນກຊັບພະຍາກອນມະນຸດ (ສັນຊາດລາວ)

ເກີດເມື່ອວັນທີ 20 ເດືອນ ຕຸລາ ປີ 1983, ທ່ານ ສະຫລອງໄຊ ພົນປະເສີດ ໄດ້ເລີ່ມເຂົ້າເຮັດວຽກກັບ ທະນາຄານ ເອຊີລີດາ ລາວ ຈຳກັດ, ໃນເດືອນ ທັນວາ ປີ 2009 ໃນຕຳແໜ່ງພະນັກງານສິນເຊື່ອ. ທ່ານໄດ້ຖືກເລື່ອນຕຳແໜ່ງ ເປັນຫົວໜ້າພະນັກງານກວດສອບພາຍໃນຂອງສາຂານະຄອນຫຼວງວຽງຈັນໃນປີ 2011 ແລະ ຫຼັງຈາກນັ້ນໄດ້ຖືກເລື່ອນຕຳ ແໜ່ງເປັນຫົວໜ້າສາຂານະຄອນຫລວງວຽງຈັນໃນປີ 2012, ທ່ານໄດ້ເປັນຜູ້ຊ່ວຍຫົວໜ້າພະແນກຊັບພະຍາກອນມະ ນຸດໃນປີ 2014 ເຊີ່ງຮັບຜິດຊອບໃນວຽກງານຄັດເລືອກ, ວຽກງານຈັດແຈງ, ວຽກງານສະຖິຕິ ແລະ ວຽກງານແກ້ໄຂບັນ ຫາຊັບພະຍາກອນມະນຸດເຊັ່ນດຽວກັນ, ໃນປີ 2019 ທ່ານໄດ້ຖືກແຕ່ງຕັ້ງເປັນຫົວໜ້າຫ້ອງການບໍລິຫານຄວາມສ່ຽງ ເຊີ່ງຮັບຜິດຊອບໃນການນຳພາ ແລະ ບໍລິຫານວຽກໃນໜ່ວຍງານບໍລິຫານຄວາມສ່ຽງດ້ານການປະຕິບັດງານ, ການຕະຫຼາດ ແລະ ທຶນ ແລະ ທ່ານຍັງເປັນເລຂາຂອງຄະນະກຳມະການບໍລິຫານຄວາມສ່ຽງ ຂອງທະນາຄານ ເອຊີລີດາ ລາວ ຈຳກັດ. ແລະ ໃນປະຈຸບັນທ່ານໄດ້ເລື່ອນຕຳແໜ່ງເປັນຫົວໜ້າພະແນກຊັບພະຍາກອນມະນຸດ ຂອງທະນາຄານ ເອຊີລີດາ ລາວ ຈຳກັດ. ທ່ານໄດ້ສຳເລັດການສຶກສາໃນລະດັບປະຣິນຍາຕີ ດ້ານພາສາອັງກິດ ແລະ ການບໍລິຫານທຸລະກິດ ຈາກວິທະຍາໄລ ຄອມເຊັນເຕີ.

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 12 ຜູ້ເຂົ້າຊົມມື້ນີ້: 1,299 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່