www.acledabank.com.la

navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານ

Profile Photo

ທ່ານ ນັນທະສອນ ມະໂນສິງ
ຫົວໜ້າພະແນກຂໍ້ມູນຂ່າວສານ (ສັນຊາດລາວ)

ເກີດເມື່ອເດືອນ ກັນຍາ 1986. ທ່ານໄດ້ເລີ່ມເຂົ້າເຮັດວຽກ ກັບ ທະນາຄານ ເອຊີລີດາ ລາວ ຈຳກັດ. ໃນເດືອນຕຸລາປີ 2008. ປັດຈຸບັນຮັບຕຳແໜ່ງເປັນຫົວຫນ້າພະແນກຂໍ້ມູນຂ່າວສານ ເຊິ່ງທ່ານເປັນຜູ້ນຳພາທີມງານຂອງພະແນກຂໍ້ມູນຂ່າວສານທັງເປັນຜູ້ທີ່ມີໜ້າທີ່ຮັບຜິດຊອບໂດຍກົງໃນການ ຄຸ້ມຄອງຫ້ອງການດ້ານການທະນາຄານ Digital, ຫ້ອງການ ດ້ານແອັບພລີເຄຊັນຂໍ້ມູນຂ່າວສານ, ຫ້ອງການດ້ານລະບົບ ທະນານຄານເອເລັກໂທຼນິກ ແລະ ຫ້ອງການໂຄງສ້າງພື້ນຖານ ດ້ານເທັກໂນໂລຢີ. ທ່ານນຳພາໃນການພັດທະນາປັບປຸງຫຼັກການ ແລະ ນິຕິວິທີຕ່າງໆກ່ຽວຂ້ອງກັບເທັກ ໂນໂລຢີຂໍ້ມູນຂ່າວສານ. ນອກຈາກນີ້, ທ່ານຍັງນໍາພາໃນ ການຈັດຕັ້ງປະຕິບັດແຜນການ ຕ່າງໆເພື່ອຄວບຄຸມປະ ເມີນການດຳເນີນງານແລະແກ້ໄຂບັນ ຫາຕ່າງໆເພື່ອເຮັດ ໃຫ້ທຸກລະບົບຂໍ້ມູນຂ່າວສານ ແລະ ຄວາມ ປອດໄພຂອງຂໍ້ມູນຂ່າວສານພາຍໃນທະນາຄານ ເອຊີລີດາ ລາວ ຈຳກັດ ໃຫ້ມີການ ດຳເນີນງານຢ່າງມີປະສິດທິພາບ. ໃນດ້ານການບໍລິຫານ, ທ່ານ ໄດ້ເປັນປະທານຮ່ວມຄະນະກຳມະການທະນາຄານແບບທັນ ສະໄໝ, ເປັນສະມາຊິກ ຄະນະກຳມະການບໍລິຫານ ແລະ ເປັນສະມາຊິກຄະນະ ກຳມະການບໍລິຫານຄວາມສ່ຽງ ແລະ ຂໍ້ມູນຂ່າວສານ. ທ່ານ ໄດ້ສຳເລັດການສຶກສາລະດັບປະລິນຍາຕຣີສາຂາເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ມະຫາວິທະຍາໄລວິທະຍາສາດ ເຫ້ວ - ຫວຽດນາມ.

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 8 ຜູ້ເຂົ້າຊົມມື້ນີ້: 1,295 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່