navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານ

ທ່ານ ອູ໋ໂຕ໋ ແຊຈາວ
ຫົວຫນ້າພະແນກບໍລິຫານທຶນ (ສັນຊາດລາວ)
ເກີດເມື່ອວັນທີ 29 ຕຸລາ 1984. ທ່ານ ອູ໋ໂຕ໋ ແຊຈາວ ເລີ່ມເຮັດວຽກກັບ ທະນາຄານ ເອຊີລີດາ ລາວ ຈຳກັດ ໃນເດືອນພຶດສະພາ, ປີ 2008. ໃນນາມເປັນຫົວໜ້າພະ ແນກ ບໍລິຫານທຶນ ມີໜ້າທີ່ຮັບຜິດຊອບນຳພາ ໜ່ວຍງານ ຄຸ້ມຄອງເງິນສົດ; ຮັບຜິດຊອບການປະເມີນ, ວິເຄາະ ແລະ ບໍລິຫານເພື່ອຮັບປະກັນໃຫ້ມີເງິນທຶນພຽງພໍສຳລັບການປະຕິບັດງານຂອງທະນາຄານ, ຮັບຜິດຊອບຕິດຕາມຄຸ້ມ ຄອງໜ່ວຍງານບໍລິຫານຊັບສິນ-ໜີ້ສິນ, ຮັບຜິດຊອບຕິດຕາມ ໜ່ວຍງານສະຖາບັນການເງິນ, ຮັບຜິດຊອບຕິດຕາມ ໜ່ວຍງານພົວພັນຊື້-ຂາຍ ແລະ ຄຸ້ມຄອງເງິນຕາຕ່າງປະເທດ, ຮັບຜິດຊອບຕິດຕາມວຽກງານສະວິບ. ນຳພາສະໜັບສະໜູນ ການພັດທະນາ, ປັບປຸງບັນດາລະບຽບຫຼັກການທີ່ພົວພັນເຖິງ ວຽກງານບໍລິຫານທຶນເພື່ອຮັບປະກັນໃຫ້ການປະຕິບັດວຽກ ງານມີປະສິດທິພາບ. ທ່ານເປັນສະມາຊິກຄະນະບໍລິຫານຂອງ ທະນາຄານ, ທ່ານເປັນປະທານຄະນະກຳມະການບໍລິຫານຊັບສິນ-ໜີ້ສິນ, ເປັນສະມາຊິກຄະນະກຳມະການບໍລິຫານສິນເຊື່ອ. ທ່ານຈົບປະລິນຍາຕີສາຂາການບັນຊີ ຈາກ ສສ ຫວຽດນາມ.


USD
THB
EUR
AUD
VND
CAD
KHR
JPY
GBP