navigate_nextຂໍ້ມູນທະນາຄານnavigate_nextສະພາບໍລິຫານ

ທ່ານ ຣັອດມຸນີ ແລະ
ສະມາຊິກສະພາບໍລິຫານ ແລະ ຜູ້ອໍານວຍການໃຫຍ່ (ສັນຊາດກຳປູເຈຍ)
ຄະນະກຳມະການສະພາບໍລິຫານ: ຄຸ້ມຄອງບໍລິຫານ (ສະມາຊິກ)
ທ່ານ ຣັອດມຸນີ ແລະ ເກີດເມື່ອວັນທີ 1 ກຸມພາ 1982. ທ່ານໄດ້ເຂົ້າຮ່ວມເປັນ ສະມາຊິກ ສະພາບໍລິຫານ ຂອງ ທະນາຄານ ເອຊີລີດາ ລາວ ຈໍາກັດ ໃນ ເດືອນມັງກອນ ປີ 2026. ທ່ານຈົບການສຶກສາ ລະດັບປະລິນຍາໂທ ສາຂາການເງິນ ແລະ ການທະນາຄານ ຈາກ ມະຫາວິທະຍາໄລ Build Bright ປະເທດກໍາປູເຈຍ ແລະ ຈົບປະລິນຍາຕີ ສາຂາການບັນຊີ ຈາກສະຖາບັນບໍລິຫານແຫ່ງຊາດ ປະເທດກໍາປູເຈຍ. ປັດຈຸບັນ, ທ່ານດໍາລົງຕໍາແໜ່ງເປັນ ຜູ້ອໍານວຍການໃຫຍ່, ປະທານ ຄະນະກໍາມະການບໍລິຫານ ແລະ ເປັນສະມາຊິກ ຄະນະກໍາມະການຂອງສະພາບໍລິຫານ (ຄະນະກຳມະການຄຸ້ມຄອງບໍລິຫານ) ຂອງທະນາຄານ ເອຊີລີດາ ລາວ ຈໍາກັດ.
ທ່ານ ຣັອດມຸນີ ແລະ ເລີ່ມເຮັດວຽກກັບ ທະນາຄານ ເອຊີລີດາ ມະຫາຊົນ (ACLEDA Bank Plc.) ມາເປັນເວລາຫຼາຍກວ່າ 20 ປີ ນັບຕັ້ງແຕ່ປີ 2004 ໂດຍໄດ້ດໍາລົງຕຳແໜ່ງທີ່ຫຼາກຫຼາຍ ເຊັ່ນ: ພະນັກງານບັນຊີ, ຮອງຫົວໜ້າພະແນກ ແລະ ຜູ້ຈັດການບັນຊີ, ຊ່ຽວຊານອາວຸໂສດ້ານການຄຸ້ມຄອງ ແລະ ວາງແຜນງົບປະມານ, ຢູ່ທີ່ ພະນົມເປັນ, ປະເທດກໍາປູເຈຍ.
ນັບແຕ່ ເດືອນພະຈິກ ປີ 2014 ຈົນເຖິງ ເດືອນທັນວາ ປີ 2025, ທ່ານໄດ້ດຳລົງຕຳແໜ່ງເປັນ ທີ່ປຶກສາການເງິນ ແລະ ຜູ້ອຳນວຍການການເງິນ ທ່ານໄດ້ນຳພາ ແລະ ຄຸ້ມຄອງໂດຍກົງຕໍ່ຫົວໜ້າພະແນກການເງິນ ເຊິ່ງເປັນຜູ້ຮັບຜິດຊອບຄຸ້ມຄອງໜ່ວຍງານຄຸ້ມຄອງການ ບັນຊີ, ໜ່ວຍງານຄຸ້ມຄອງງົບປະມານ, ໜ່ວຍງານການເງິນ-ການບັນຊີ, ໜ່ວຍງານຄິດໄລ່ອາກອນ ແລະ ຊຳລະສະສາງ, ໜ່ວຍງານລະບົບການບັນຊີ ແລະ ໜ່ວຍງານສະໜັບສະໜູນ ການປະຕິບັດວຽກງານບັນຊີການເງິນ. ທ່ານຍັງໄດ້ຮັບຜິດ ຊອບໃນການວາງແຜນຍຸດທະສາດໂດຍລວມ ແລະ ການດຳ ເນີນທຸລະກິດປະຈຳວັນຂອງ ທະນາຄານ ກໍ່ຄືການຈັດຕັ້ງ ປະຕິບັດຕາມແຜນທຸລະກິດ. ທ່ານເປັນສະມາຊິກຂອງ ຄະນະກຳມະການບໍລິຫານ ຂອງທະນາຄານ, ນອກນີ້ຍັງເຂົ້າ ຮ່ວມປະຊຸມຄະນະກຳມະການກວດສອບ (BACO), ຄະນະກຳມະການບໍລິຫານຄວາມສ່ຽງ ແລະ ຂໍ້ມູນຂ່າວສານ (BRIC), ຄະນະກຳມະການຄຸ້ມຄອງບໍລິຫານ (BGC) ແລະ ເຂົ້າຮ່ວມ ກອງປະຊຸມສະພາບໍລິຫານ. ທ່ານເປັນຄະນະ ກຳມະການ ບໍລິຫານຂໍ້ມູນຂ່າວສານ ເທັກໂນໂລຢີ (ITMC), ການທົດສອບການຍອມຮັບຂອງຜູ້ນຳໃຊ້ລະບົບ (UAT), ຄະນະກຳມະການບາເຊວ (Basel) ແລະ ສະມາຊິກຂອງ ຄະນະກຳມະການບໍລິຫານສິນເຊື່ອຂອງທະນາຄານ (MCC), ຄະນະກຳມະການຄຸ້ມຄອງຊັບສິນ ແລະ ໜີ້ສິນ (ALCO) ແລະ ເປັນຄະນະກຳມະການລາຍງານປະຈຳປີ. ການໃຫ້ຄຳປຶກສາ, ການບໍລິຫານ, ການນຳພາ ແລະ ການຄຸ້ມຄອງ ເພື່ອຮັບຮອງຄູ່ມືການນຳໃຊ້, ຫຼັກການ ແລະ ນິຕິວິທີທີ່ກ່ຽວຂ້ອງກັບລາຍງານການເງິນ, ພະແນກຂໍ້ມູນຂ່າວສານ (ITD) ແລະ ພະແນກບໍລິຫານທຶນ (TRD).


USD
THB
EUR
AUD
VND
CAD
KHR
JPY
GBP