www.acledabank.com.la

navigate_nextຂໍ້ມູນຂອງທະນາຄານnavigate_nextຄະນະຜູ້ບໍລິຫານ

Profile Photo

ທ່ານ ສຸລິກອນ ດວງປັນຍາ
ຫົວຫນ້າພະແນກບໍລິຫານ (ສັນຊາດລາວ)

ທ່ານເກີດເມື່ອວັນທີ14 ມັງກອນ 1991. ໄດ້ຈົບການສຶກສາລະດັບປະລິນຍາຕີພາກວິຊາພາສາອັງກິດ, ຄະນະອັກສອນສາດ ຂອງມະຫາວິທາຍາໄລແຫ່ງຊາດ ໃນປີ 2014 ແລະ ລະດັບການສຶກສາຊັ້ນສູງ ສາຂາການທະນາຄານ ຈາກສະຖາບັນການທະນາຄານ ໃນປີ 2011.

ທ່ານໄດ້ເລີ່ມເຂົ້າຮ່ວມເຮັດວຽກກັບທະນາຄານ ເອຊີລີດາ ລາວ ຈຳກັດ ໃນເດືອນ ກັນຍາ ປີ 2011. ໃນໄລຍະ ທີ່ທ່ານໄດ້ເຂົ້າເປັນພະນັກງານນັ້ນ ຕໍ່ມາທ່ານກໍ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າ ໜ່ວຍງານບໍລິຫານອຸປະກອນ 2015, ແລະ ໄດ້ຖືກປ່ຽນຕຳແໜ່ງໄປເປັນຜູ້ຊ່ວຍຫົວໜ້າພະແນກບໍລິຫານ ໃນປີ 2016. ຫຼັງຈາກນັ້ນ, ທ່ານຈຶ່ງໄດ້ຖືກເລື່ອນຕຳແໜ່ງມາເປັນ ຫົວໜ້າພະແນກບໍລິຫານໃນປີ 2024 ເປັນຕົ້ນມາ, ໃນຖານະທີ່ທ່ານໄດ້ດຳລົງຕຳແໜ່ງເປັນຫົວໜ້າພະແນກ ທ່ານເປັນຜູ້ຮັບຜິດຊອບຊີ້ນຳ ແລະ ຄຸ້ມຄອງວຽກງານບໍລິຫານໂດຍລວມ ໃຫ້ແກ່ທ່ານຜູ້ຊ່ວຍຫົວໜ້າພະແນກບໍລິຫານ, ຫົວໜ້າໜ່ວຍງານບໍລິຫານອຸປະກອນ, ຫົວໜ້າໜ່ວຍງານບໍລິຫານຫ້ອງການ ແລະ ຫົວໜ້າໜ່ວຍງານບໍລິຫານການພົວພັນ. ນອກຈາກນີ້, ທ່ານຍັງແມ່ນໜຶ່ງໃນສະມາຊິກຄະນະກຳມະການທີ່ສຳຄັນຂອງທະນາຄານເຊັ່ນ: ຄະນະກຳມະການບໍລິຫານທະນາຄານ, ຄະນະກຳມະການບໍລິຫານຂໍ້ມູນຂ່າວສານ, ຄະນະກຳມະການລະບົບທະນາຄານແບບເອເລັກໂຕຣນິກ, ຄະນະກຳມະການລາຍງານການເງິນມາດຕະຖານສາກົນ, ປະທານຄະນະກຳມະການປະມູນການຈັດຊື້ ແລະ ທ່ານຍັງຢູ່ໃນຄວາມຮັບຜິດຊອບໂດຍກົງ ຂອງທ່ານ ຜູ້ອຳນວຍການໃຫຍ່ອີກດ້ວຍ.

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 8 ຜູ້ເຂົ້າຊົມມື້ນີ້: 1,295 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່