www.acledabank.com.la

navigate_nextຕິດຕໍ່ພວກເຮົາnavigate_nextຄຳຖາມ ແລະ ຄຳຕອບ

ຄຳຖາມ ແລະ ຄຳຕອບ

ຄຳຖາມທີ່ຖາມເຂົ້າມາເລື່ອຍໆ ກ່ຽວກັບແອັບ ເອຊີລີດາ ໂມບາຍ.

  1. ເອຊີລີດາ ໂມບາຍ ແມ່ນຫຍັງ?
    ເອຊີລີດາ ໂມບາຍ ແມ່ນ FinTech Application ທີ່ໃຊ້ກັບ Smart Phone ເຊິ່ງໃຫ້ລູກຄ້າສາມາດເຮັດທຸລະກຳໄດ້ທຸກທີ່ທຸກເວລາ
  2. ຜົນປະໂຫຍດຂອງ ເອຊີລີດາ ໂມບາຍ ແມ່ນຫຍັງ?
    ຜົນປະໂຫຍດຂອງ ເອຊີລີດາ ໂມບາຍ ແມ່ນ
    • ອຳນວຍຄວາມສະດວກ, ວ່ອງໄວ ແລະ ມີຄວາມປອດໄພສູງໃນການເຮັດທຸລະກຳທະນາຄານໄດ້ທຸກໆວັນຕະຫຼອດ 24 ຊົ່ວໂມງ
    • ຫຼຸດຄ່າໃຊ້ຈ່າຍ ແລະ ປະຢັດເວລາ ໂດຍບໍ່ຈຳເປັນຕ້ອງເຂົ້າມາທະນາຄານ
    • ສາມາດກວດຂໍ້ມູນບັນຊີ ແລະ ເຮັດການໂອນເງິນ, ການຊຳລະ, ການຕື່ມມູນຄ່າໂທລະສັບ ຫຼື ຊຳລະຄ່າສິນຄ້າ ແລະ ບໍລິການຜ່ານ QR Code
    • ຫຼຸດຄວາມສ່ຽງໃນການຖືເງິນສົດເພື່ອຊຳລະລວມທັງເງິນເກີນ, ເງິນບໍ່ພໍ ຫຼື ເງິນປອມ ແລະ ອື່ນໆ
    • ສາມາດກວດຂໍ້ມູນກ່ຽວກັບທະນາຄານ ເອຊີລີດາ ລາວ ຈຳກັດເຊັ່ນວ່າ: ທີ່ຕັ້ງ (ສາຂາ, ເອທີເອັມ ແລະ ເຄື່ອງຮູດບັດ), ອັດຕາແລກປ່ຽນ, ການໂຄສະນາຕ່າງໆ, ຄຳຖາມ-ຄຳຕອບ, ເຄັດລັບຄວາມປອດໄພ, ການຂໍຄວາມຊ່ວຍເຫຼືອ, ຂ່າວສານ ແລະ ອື່ນໆ
    • ມີໂອກາດນຳໃຊ້ຜະລິດຕະພັນ ແລະ ການບໍລິການອື່ນໆຂອງທະນາຄານ ເອຊີລີດາ ລາວ ຈຳກັດ
  3. ຂໍ້ກຳນົດສຳລັບ ເອຊີລີດາ ໂມບາຍ ແມ່ນຫຍັງ?
    ຂໍ້ກຳນົດຂອງລູກຄ້າສຳລັບ ເອຊີລີດາ ໂມບາຍ:
    • ມີອາຍຸ 18 ປີຂຶ້ນໄປ
    • ມີໂທລະສັບມືຖືທີ່ໃຊ້ລະບົບປະຕິບັດການ iOS ຫຼື Android ຫຼື AppGallery
    • ມີເອກະສານເຊັ່ນ: ບັດປະຈຳຕົວ, ສຳມະໂນຄົວ, ໜັງສືເດີນທາງທີ່ຍັງມີອາຍຸການນຳໃຊ້, ບັດພະສົງທີ່ມີຮູບຖ່າຍ
    • ເຫັນດີ ແລະ ຮັບຜິດຊອບທຸກຂໍ້ກຳນົດ ແລເະ ເງື່ອນໄຊຂອງ ເອຊີລີດາ ໂມບາຍ
  4. ຈະລົງທະບຽນນຳໃຊ້ ເອຊີລີດາ ໂມບາຍ ໄດ້ແນວໃດ?
    • ການລົງທະບຽນດ້ວຍຕົວເອງ
      ທ່ານພຽງແຕ່ດາວໂຫຼດເອຊີລີດາທັນໃຈແອັບພລິກເຄຊັ່ນຈາກ App store (iOS) ຫຼື Play Store(Andoid) ໃນໂທລະສັບຂອງທ່ານ. ຫຼັງຈາກຕິດຕັ້ງແລ້ວໃຫ້ເປີດເອຊີລີດາທັນໃຈແອັບພລິກເຄຊັ່ນຂຶ້ນມາແລ້ວເລືອກປຸ່ມ"ລົງທະບຽນ". ກະລຸນາຕື່ມຂໍ້ມູນຕາມແຕ່ລະຂັ້ນຕອນໃຫ້ຖືກຕ້ອງ ແລະ ຊັດເຈນລວມທັງເບີໂທລະສັບ, ຊື່, ເພດ, ວັນເດືອນປີເກີດ, ປະເພດເອກະສານ, ທີ່ຢູ່ປະຈຸບັນ, ແລະ ຖ່າຍຮູບພ້ອມກັບເອກະສານຂອງທ່ານ. ກະລຸນາເບິ່ງວິທີການລົງທະບຽນໃນລາຍການ "ຂໍຄວາມຊ່ວຍເຫຼືອ"
    • ການລົງທະບຽນຢູ່ທະນາຄານ
      ຫາກວ່າທ່ານບໍ່ສາມາດດາວໂຫຼດ ເອຊີລີດາ ໂມບາຍ ແອັບພລິກເຄຊັ່ນ. ກະລຸນາເຂົ້າມາສຳນັກງານ ທະນາຄານ ເອຊີລີດາ ທີ່ຢູ່ໃກ້ທ່ານພ້ອມທັງຖືໂທລະສັບມືຖືທີ່ໃຊ້ລະບົບປະຕິບັດການ Android iOS ຫຼື, AppGallery, ເບີໂທລະສັບ, ບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ໜັງສືເດີນທາງທີ່ຍັງມີອາຍຸນຳໃຊ້ຢ່າງໜ້ອຍ 3 ເດືອນ ຫຼື ບັດພະສົງທີ່ມີຮູບຖ່າຍ.
  5. ຫຼັງຈາກລົງທະບຽນດ້ວຍຕົນເອງສຳເລັດແລ້ວ, ຂ້າພະເຈົ້າສາມາໃຊ້ບໍລິການ ເອຊີລີດາ ໂມບາຍ ໄດ້ທັນທີຫຼືບໍ່? ຫຼື ຂ້າພະເຈົ້າຕ້ອງໄດ້ປະກອບເອກະສານ ຫຼື ໄດ້ຮັບອະນຸມັດຈາກທະນາຄານກ່ອນ ຫຼືບໍ່?
    ຫຼັງຈາກລົງທະບຽນດ້ວຍຕົນເອງສຳເລັດແລ້ວ, ທ່ານສາມາດດຳເນີນການໄດ້ທັນທີ່ໂດຍການເຂົ້າມາຝາກເງິນເຂົ້າບັນຊີວໍເລັດ ທີ່ປ່ອງບໍລິການຂອງທະນາຄານ ຫຼື ຮັບເງິນໂອນເຂົ້າບັນຊີວໍເລັດຂອງທ່ານ.
  6. ທະນາຄານໃຫ້ຄວາມສຳຄັນໃນການຮັກສາຄວາມປອດໄພໃຫ້ແກ່ລູກຄ້າທັນໃຈແນວໃດ?
    ຄວາມຊື່ສັດ, ຄວາມສະດວກສະບາຍ ແລະ ຄວາມປອດໄພແມ່ນສິ່ງສຳຄັນທີ່ສຸດສຳລັບທະນາຄານ, ທະນາຄານເອຊີລີດາໃຫ້ຄວາມເອົາໃຈໃສ່ເຕັມທີ່ເພື່ອຮັບປະກັນວ່າຂໍ້ມູນການເຄື່ອນໄຫວຫຼື ຂໍ້ມູນບັນຊີຂອງລູກຄ້າ ເປັນໄປຕາມມາດຕະຖານຄວາມປອດໄພລະດັບສູງ ແລະ ນຳໃຊ້ເຕັກໂນໂລຊີທີ່ມີຄວາມທັນສະໄໝ. ເຖິງແມ່ນວ່າໂທລະສັບຂອງລູກຄ້າເສຍ ຫຼື ຖືກລັກ, ບັນຊີຂອງລູກຄ້າກໍ່ຍັງມີຄວມປອດໄພ ແລະ ໄດ້ຮັບການຄຸ້ມຄອງເປັນຢ່າງດີ. ທະນາຄານ ເອຊີລີດາໄດ້ລວບລວມຄຸນລັກສະນະຄວາມປອດໄພຕໍ່ກັບ ເອຊີລີດາ ໂມບາຍ ແອັບພລິກເຄຊັ່ນດັ່ງນີ້:
    • ປະຕິບັດຕາມຂໍ້ກຳນົດມາດຕະຖານຄວາມປອດໄພສຳລັບການພັດທະນາແອັບພລິກເຄຊັ່ນການຊຳລະຈາກ international security institution, Payment Card Industry Organization (PCI). ມາດຕະຖານນີ້ເອີ້ນວ່າ: ມາດຕະຖານການຮັກສາຄວາມປອດໄພຂໍ້ມູນການຊຳລະ Payment Application Data Security Standard (PA-DSS).
    • ທຸກຂໍ້ມູນ ແລະ ຂໍ້ມູນທຸລະກຳທີ່ສ້າງຂຶ້ນຈາກແອັບພລິກເຄຊັ່ນນີ້ແມ່ນມີຄວາມປອດໄພ, ໝັ້ນຄົງ ແລະ ຖືກເຂົ້າລະຫັດໄວ້
    • ແອັບພລິກເຄຊັ່ນໃຊ້ເຕັກໂນໂລຊີ ຮັບຮູ້-ອຸປະກອນ ເພື່ອກວດສອບ ແລະ ເປີດໃຊ້ງານໂທລະສັບຂອງລູກຄ້າ, ເຖິງວ່າລະຫັດຂອງລູກຄ້າຖືກລັກ, ບັນຊີຂອງລູກຄ້າກໍ່ຍັງມີຄວາມປອດໄພ ແລະ ຖືກຄຸ້ມຄອງ
    • Two-Factors-Authentication ແມ່ນປະຕິບັດດວ້ຍການນຳໃຊ້ Signature-One-Time-Password (SOTP) ຫຼື Digital Signature ໃນການອະນຸມັດທຸລະກຳ. ເຕັກໂນໂລຊີດັ່ງກ່າວນີ້ ຮັບປະກັນວ່າທຸລະກຳຂອງລູກຄ້າໄດ້ຮັບການຮັກສາຄວາມປອດໄພ
    • Signature-One-Time-Password ຖືກສ້າງຂຶ້ນໂດຍອັດຕະໂນມັດ ແລະ ຖືກປ້ອນຂໍ້ມູນໂດຍໂທລະສັບ ແລະ ໄດ້ຮັບການຍອມຮັບຈາກລະບົບ
    • ລະຫັດ (PIN) ຖືກສ້າງຂຶ້ນດ້ວຍລະບົບຂອງບຸກຄົນທີ່ສາມທີ່ມີຄວາມປອດໄພສູງ ແລະ ເກັບໄວ້ໃນຮູບແບບການເຂົ້າລະຫັດໃນສະຖານທີ່ທີ່ມີການຮັກສາຄວາມປອດໄພ
    • ລະຫັດ (PIN) ມີ 6 ຕົວເລກທີ່ປະກອບດ້ວຍ One Time Password (OTP) ທີ່ພິມຢູ່ໃນພື້ນຫຼັງເພື່ອກວດສອບຄວາມຖືກຕ້ອງ ແລະ ຜູ້ໃຊ້
    • Gold Code & OTP ຖືກລວມຢູ່ນຳກັນເພື່ອການກວດສອບ ແລະ ອະນຸມັດທຸລະກຳ
    • ການຄຸ້ມຄອງໄລຍະເວລາແມ່ນດຳເນີນການເຊັ່ນການຈຳກັດການໃສ່ລະຫັດ, ການໝົດເວລາແມ່ນສຳລັບການບໍ່ມີການນຳໃຊ້, Concurrent Session restriction, Dynamic Token Session ເຕັກໂນໂລຊີເຫຼົ່ານີ້ແມ່ນຊ່ວຍປົກປ້ອງຂໍ້ມູນຂໍ້ມູນຜູ້ໃຊ້ຈາກການນຳໃຊ້ທີ່ບໍ່ໄດ້ຮັບອະນຸຍາດ
    • ແອັບພລິກເຄຊັ່ນ-ລະດັບ-ການເຂົ້າລະຫັດ ແມ່ນປະຕິບັດເພື່ອຮັບປະກັນວ່າການປ້ອນຂໍ້ມູນໄດ້ຮັບການປ້ອງກັນ
    • ບັນຊີ ເອຊີລີດາ ໂມບາຍຈະຖືກປິດການໃຊ້ງານ (ລຶບອອກຈາກລະບົບ) ຖ້າຫາກມີຍອດເງິນເຫຼືອສູນ (0) ພາຍໃນ 90 ວັນ
    • ພວກເຮົາບໍ່ສາມາດຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການໃຊ້ງານຂອງແອັບພລິກເຄຊັ່ນເທິງອຸປະກອນໂທລະສັບມືຖືທີ່ມີການດັດແປງຫຼື ກັບລະບົບປະຕິບັດການທີ່ສ້າງຂຶ້ນເອງ
  7. ຂ້າພະເຈົ້າສາມາດໃຊ້ບໍລິການປະເພດໃດແດ່?
    ການບໍລິການຜ່ານ ເອຊີລີດາ ໂມບາຍ ມີດັ່ງນີ້:
    • ກວດຍອດເງິນໃນບັນຊີ ແລະ ໃບລາຍງານຫຍໍ້
    • ການໂອນເງິນລະຫວ່າງບັນຊີຕົນເອງ (ບັນຊີ ເອຊີລີດາ ໂມບາຍ ແລະ ບັນຊີທະນາຄານ)
      • ຈາກບັນຊີເອຊີລີດາ ໂມບາຍທັນໃຈຫາເອຊີລີດາ ໂມບາຍ
      • ຈາກບັນຊີ ເອຊີລີດາ ໂມບາຍຫາບັນຊີທະນາຄານ
    • ການໂອນເງິນຈາກບັນຊີເອຊີລີດາ ໂມບາຍ ຫາ ບັນຊີເອຊີລີດາ ໂມບາຍອື່ນ ຫຼື ໂອນໄປເບີໂທລະສັບ
    • ການໂອນເງິນໄປບັນຊີທະນາຄານ
      • ຈາກບັນຊີ ເອຊີລີດາ ໂມບາຍຫາບັນຊີທະນາຄານ
    • ການຝາກເງິນເຂົ້າບັນຊີ ເອຊີລີດາ ໂມບາຍ ທີ່ປ່ອງບໍລິການ
    • ການຖອນເງິນຈາກບັນຊີ ເອຊີລີດາ ໂມບາຍ ທີ່ປ່ອງບໍລິການ
    • ການຖອນເງິນໂອນຈາກເບີໂທລະສັບທີ່ປ່ອງບໍລິການ
    • ກາຊຳລະ (ຄ່າໄຟຟ້າ, ຄ່ານ້ຳ, ຄ່າໂທລະສັບ, ອິນເຕີເນັດ, ໂຮງຮຽນ ແລະ ອື່ນໆ)
    • ການຊຳລະທັນໃຈ ແລະ P2P ຜ່ານລະຫັດທັນໃຈຂອງຂ້ອຍ
    • ການຕື່ມມູນຄ່າໂທລະສັບ
    • ການບໍລິການອື່ນໆ
  8. ໂທລະສັບປະເພດໃດທີ່ສາມາດຕິດຕັ້ງ ເອຊີລີດາ ໂມບາຍ ໄດ້?
    ທຸກປະເພດໂທລະສັບທີ່ໃຊ້ລະບົບປະຕິບັດການ iOS, Android ຫຼື AppGallery ສາມາດຕິດຕັ້ງ ເອຊີລີດາ ໂມບາຍ ໄດ້, ສຳລັບຜູ້ຮັບເງິນໂອນຜ່ານ ເອຊີລີດາ ໂມບາຍ ແມ່ນສາມາດໃຊ້ໂທລະສັບໄດ້ທຸກປະເພດ
  9. ການນຳໃຊ້ ເອຊີລີດາ ໂມບາຍ ຕ້ອງມີວົງເງິນເລີ່ມຕົ້ນຝາກ ແລະ ຍອດເງິນຍັງເຫຼືອໃນບັນຊີເທົ່າໃດ?
    ບໍ່ຈຳເປັນມີວົງເງິນເລີ່ມຕົ້ນຝາກ ແລະ ຍອດເງິນຍັງເຫຼືອໃນບັນຊີ
  10. ເອຊີລີດາ ໂມບາຍ ສາມາດໃຊ້ໄດ້ກັບບັນຊີສະກຸນເງິນໃດແດ່?
    ສະເພາະບັນຊີເງິນ ກີບເທົ່ານັ້ນ ທີ່ສາມາດໃຊ້ກັບບໍລິການ ເອຊີລີດາ ໂມບາຍ
  11. ຖ້າຫາກຂ້າພະເຈົ້າໂອນເງິນໄປຫາບັນຊີຜູ້ຮັບເກີນຈຳນວນເງິນທີ່ກຳນົດ ຂ້າພະເຈົ້າຄວນເຮັດແນວໃດ?
    ເມື່ອທ່ານໂອນເງິນເກີນຈຳນວນທີ່ກຳນົດໄປຫາບັນຊີຜູ້ຮັບ, ທ່ານຕ້ອງຕິດຕໍ່ຫາຜູ້ຮັບທັນທີເພື່ອໂອນເງິນທີ່ເກີນນັ້ນກັບຄືນມາໃຫ້ທ່ານ. ຫຼື ຕິດຕໍ່ສູນປະຊາສຳພັນ 1800 / (856)21 416 999 ຫຼືເຂົ້າໄປທີ່ສຳນັກງານເພື່ອຂໍລະງັບຈຳນວນເງິນທີ່ເກີນນັ້ນ
  12. ຖ້າຫາກຂ້າພະເຈົ້າໂອນເງິນໄປຫາເລກບັນຊີຜູ້ຮັບບໍ່ຖືກຕ້ອງ ຂ້າພະເຈົ້າຄວນເຮັດແນວໃດ?
    ຖ້າຫາກທ່ານໂອນເງິນໄປເລກບັນຊີຜູ້ຮັບບໍ່ຖືກຕ້ອງ, ທ່ານຕ້ອງຕິດຕໍ່ຜູ້ຮັບໂອນເງິນກັບຄືນມາໃຫ້ທ່ານ, ກໍລະນີບໍ່ສຳເລັດ, ທ່ານຕ້ອງຕິດຕໍ່ສູນປະຊາສຳພັນທັນທີ 1800 / (856)21 416 999 ຫຼື ເຂົ້າໄປທີ່ສຳນັກງານທະນາຄານ
  13. ຖ້າຫາກຂ້າພະເຈົ້າໂອນເງິນໄປຫາເບີໂທລະສັບຜູ້ຮັບເກີນຈຳນວນກຳນົດ ຫຼື ເບີໂທລະສັບບໍ່ຖືກຕ້ອງ ຂ້າພະເຈົ້າຄວນເຮັດແນວໃດ?
    ຖ້າຫາກທ່ານໂອນເງິນໄປຫາເບີໂທລະສັບຜູ້ຮັບເກີນຈຳນວນກຳນົດ ຫຼື ເບີໂທລະສັບບໍ່ຖືກຕ້ອງ, ທ່ານສາມາດເຂົ້າລະບົບ ເອຊີລີດາ ໂມບາຍ ຈາກນັ້ນລຶບທຸລະກຳດັ່ງກ່າວຖ້າຫາກຈຳນວນເງິນທີ່ໂອນໄປນັ້ນຍັງບໍ່ໄດ້ຖືກຖອນອອກໄປ
  14. ຂ້າພະເຈົ້າຈະໂອນເງິນໄປຫາຜູ້ຮັບທີ່ບໍ່ມີບັນຊີກັບທະນາຄານເອຊີລີດາໄດ້ແນວໃດ?
    ທ່ານສາມາດໂອນເງິນໄປຫາຜູ້ຮັບທີ່ບໍ່ມີບັນຊີກັບທະນາຄານເອຊີລີດາດ້ວຍການນໍໃຊ້ເບີໂທລະສັບຂອງລາວ. ຫຼັງຈາກທ່ານເຮັດການໂອນເງິນສຳເລັດແລ້ວ, ທ່ານຈະໄດ້ຮັບ Gold Code ທີ່ມີ 6 ຕົວເລກ. ຈາກນັ້ນທ່ານຕ້ອງບອກ Gold Code ນີ້ໃຫ້ຜູ້ຮັບເພື່ອໄປຖອນເງິນຢູ່ທີ່ປ່ອງບໍລິການທະນາຄານ
  15. ຂ້າພະເຈົ້າຄວນເຮັດແນວໃດເມື່ອຂ້າພະເຈົ້າຢຸດນຳໃຊ້ໂທລະສັບທີ່ໄດ້ຕິດຕັ້ງ ເອຊີລີດາ ໂມບາຍ ແອັບພລິກເຄຊັ່ນແລ້ວ?
    ທ່ານຕ້ອງຖອນເງິນ ຫຼື ໂອນເງິນຈາກບັນຊີ ເອຊີລີດາ ໂມບາຍ ໃຫ້ເຫຼືອສູນ(0). ຈາກນັ້ນເຮັດການຍົກເລີກການລົງທະບຽນ ເອຊີລີດາ ໂມບາຍ ດັ່ງຂັ້ນຕອນລຸ່ມນີ້:
    • ເລືອກປຸ່ມ ☰
    • ເລຶອກ "ຍົກເລີກການລົງທະບຽນ ເອຊີລີດາ ໂມບາຍ"
    • ກະລຸນາໃຫ້ເຫດຜົນໃນການຍົກເລີກ ຈາກນັ້ນເລືອກປຸ່ມ ຕົກລົງ ເພື່ອສົ່ງອອກ
    • ລໍຖ້າການອະນຸມັດຈາກທະນາຄານ ເອຊີລີດາ
  16. ຂ້າພະເຈົ້າຄວນເຮັດແນວໃດເມື່ອໂທລະສັບທີ່ໄດ້ຕິດຕັ້ງ ເອຊີລີດາ ໂມບາຍ ແອັບພລິກເຄຊັ່ນເສຍ ຫຼື ເປ່ເພ?
    ກະລຸນາຕິດຕໍ່ສູນປະຊາສຳພັນ 1800 / (856)21 264998 ຫຼື ເຂົາໄປທີ່ສຳນັກງານທະນາຄານເພື່ອສະເໜີຂໍລະງັບການບໍລິການ
  17. ຂ້າພະເຈົ້າສາມາດເຮັດການລະງັບການບໍລິການ ເອຊີລີດາ ໂມບາຍ ໄດ້ດ້ວຍຕົນເອງ ຫຼື ບໍ່?
    ແມ່ນແລ້ວ, ທ່ານສາມາດເຮັດການລະງັບການບໍລິການ ເອຊີລີດາ ໂມບາຍ ໄດ້ດ້ວຍຕົນເອງ
    • ເລືອກປຸ່ມ ☰
    • ເລືອກ "ລະງັບ ເອຊີລີດາ ໂມບາຍ"
    • ກະລຸນາໃຫ້ເຫດຜົນໃນການລະງັບຈາກນັ້ນເລືອກປຸ່ມ ຕົກລົງ ເພື່ອສົ່ງອອກ
  18. ຖ້າຫາກຂ້າພະເຈົ້າພິມລະຫັດຜິດ 3 ຄັ້ງລະບົບຈະບໍ່ອະນຸຍາດໃຫ້ຂ້າພະເຈົ້າເຂົ້າສູ່ລະບົບໄດ້ອີກ. ຂ້າພະເຈົ້າຄວນເຮັດແນໃດ?
    ຖ້າຫາກທ່ານພິມລະຫັດຜິດ 3 ຄັ້ງລະບົບຈະຖືກລະງັບ ດັ່ງນັ້ນທ່ານຕ້ອງປະຕິບັດດັ່ງນີ້:
    • ກົດ "ການຕັ້ງຄ່າ"
    • ເລືອກ "ລືມລະຫັດ"
    • ຕື່ມຄຳຖາມ ແລະ ຄຳຕອບ ແລະ ເບີໂທລະສັບ
    • ກົດ ຕົກລົງ ເພື່ອສົ່ງອອກ
    ໝາຍເຫດ: ຄຳຖາມ ແລະ ຄຳຕອບ ທີ່ປ້ອນເຂົ້າໃນການຕັ້ງຄ່າກູ້ຄືນສຳລັບລືມລະຫັດ PIN ໃນການລົງທະບຽນຄັ້ງທຳອິດ ໃນກໍລະນີທີ່ຈື່ຄຳຖາມບໍ່ໄດ້ຕ້ອງຕິດຕໍ່ສາຂາໃກ້ບ້ານເພື່ອທຳການປົດລ໋ອກ
  19. ຂ້າພະເຈົ້າມີໂທລະສັບ 2 ໜ່ວຍ, ຂ້າພະເຈົ້າສາມາດລົງທະບຽນນຳໃຊ້ ເອຊີລີດາ ໂມບາຍ ເອຊີລີດາ ໂມບາຍ ໄດ້ທັງສອງໜ່ວຍບໍ່?
    ແມ່ນແລ້ວ, ທ່ານສາມາດລົງທະບຽນນຳໃຊ້ ເອຊີລີດາ ໂມບາຍ (ເປີດບັນຊີ ເອຊີລີດາ ໂມບາຍ)ໄດ້ທັງສອງໜ່ວຍ ຫຼື 3 ໜ່ວຍຕາມຄວາມຕ້ອງການຂອງທ່ານ. ຢ່າງໃດກໍ່ຕາມ, ກະລຸນາຈືວ່າ ບັນຊີທັນໃຈແຕ່ລະບັນຊີມີການຈຳກັດຍອດເງິນສູງສຸດ ແລະ ມີການຈຳກັດທຸລະກໍາຕ່າງກັນ
  20. ການຝາກເງິນເຂົ້າ ຫຼື ຖອນເງິນອອກຈາກບັນຊີ ເອຊີລີດາ ໂມບາຍ ທີ່ປ່ອງບໍລິການແມ່ນເຮັດແນວໃດ?
    ທຸກການຖອນ ຫຼື ການຝາກເງິນທີ່ປ່ອງບໍລິການ, ທ່ານຕ້ອງຖືໂທລະສັບທີ່ລົງທະບຽນນຳໃຊ້ ເອຊີລີດາ ໂມບາຍ ມາພ້ອມ ແລະ ປະຕິບັດດັ່ງລຸ່ມນີ້
    • ສຳລັບການຝາກເງິນ, ທ່ານຕ້ອງຕື່ມຈຳນວນເງິນ ແລະ ເບີໂທລະສັບໃສ່ໃບຝາກເງິນ
    • ສຳລັບການຖອນເງິນ, ທ່ານຕ້ອງຕື່ມເບີໂທລະສັບ, ຈຳນວນເງິນ ແລະ ໃສ່ລະຫັດໃນໃບຖອນເງິນ ຈາກນັ້ນໃສ່ເລກ OTP ທີ່ໄດ້ຮັບຜ່ານທາງຂໍ້ຄວາມໃນໂທລະສັບຂອງທ່ານ
  21. ຂ້າພະເຈົ້າຈະຖອນເງິນໂອນມາເບີໂທລະສັບຂອງຂ້າພະເຈົ້າທີ່ບໍ່ໄດ້ລົງທະບຽນ ເອຊີລີດາ ໂມບາຍ ໄດ້ແນວໃດ?
    • ທ່ານຕ້ອງຖືໂທລະສັບທີ່ໄດ້ຮັບເງິນໂອນນັ້ນເຂົ້າມາທະນາຄານເອຊີລີດາ
    • ທ່ານຕ້ອງຕື່ມເບີໂທລະສັບ, ຈຳນວນເງິນ ແລະ ໃສ່ລະຫັດ Gold Code ທີ່ໄດ້ຮັບຈາກຜູ້ໂອນ ຈາກນັ້ນໃສ່ເລກ OTP
  22. ການຊຳລະຜ່ານລະຫັດ QR ແມ່ນເຮັດແນວໃດ?
    • ກະລຸນາເຂົ້ົາລະບົບ ເອຊີລີດາ ໂມບາຍ
    • ກົດລາຍການ "ສະແກນລະຫັດ QR"
    • ໃສ່ຈຳນວນເງິນທີ່ຈະຊຳລະ ແລ້ວ ກົດ ຕົກລົງ
    • ກະລຸນາເບິ່ງວິທີເຮັດການຊຳລະ ຊຳລະ QRທີ່ລາຍການ "ຂໍຄວາມຊ່ວຍເຫຼືອ"
  23. ຂ້າພະເຈົ້າເປີດບັນຊີທັນໃຈສະກຸນເງິນກີບ. ບຸກຄົນອື່ນສາມາດໂອນເງິນໂດລາເຂົ້າມາໄດ້ບໍ່?
    ພວກເຂົາສາມາດໂອນເຂົ້າໄດ້
  24. ບັນຊີຂອງຂ້າພະເຈົ້າຈະຖືກປິດອັດຕະໂນມັດຫຼືບໍ່ ຖ້າຫາກຂ້າພະເຈົ້າເປີດບັນຊີ ເອຊີລີດາ ໂມບາຍ ແລ້ວ ແຕ່ບໍ່ໄດ້ເຮັດການເຄື່ອນໄຫວເປັນເວລາດົນນານ?
    • ຖ້າຫາກບັນຊີ ເອຊີລີດາ ໂມບາຍ ຂອງທ່ານມີຍອດເງິນເຫຼືອສູນ (0) ໃນເວລາ 90 ວັນ. ບັນຊີຂອງທ່ານຈະຖືກປິດ ແລະ ລຶບອອກຈາກລະບົບໂດຍອັດຕະໂນມັດ
    • ຖ້າຫາກບັນຊີ ເອຊີລີດາ ໂມບາຍ ຂອງທ່ານມີຍອດເງິນຫຼາຍກວ່າເຫຼືອສູນ (0) ແລະ ບໍ່ມີການເຄື່ອນໄຫວ 365 ວັນ. ບັນຊີຂອງທ່ານຈະຖືກລະງັບໂດຍອັດຕະໂນມັດ ແລະ ບໍ່ສາມາດເຮັດທຸກຳໄດ້, ດັ່ງນັ້ນ ທ່ານຕ້ອງເຂົ້າໄປທະນາຄານເພື່ອຂໍຍົກເລີກການລະງັບບັນຊີ
  25. ຂ້າພະເຈົ້າຈະເຮັດແນວໃດຖ້າບໍ່ໄດ້ຮັບ Golde Code ທາງຂໍ້ຄວາມເມື່ອເຮັດການໂອນເງິນແລ້ວ?
    ທ່ານສາມາດກວດເບິ່ງ Gold Code ໃນລາຍການ "ກວດເບິ່ງປະຫວັດການໂອນເງິນ"

ທ່ານຕ້ອງການ QR Code ສຳລັບທຸລະກິດຂອງທ່ານບໍ່?

ທ່ານສາມາດຂໍ QR Code ຂອງເອຊີລີດາໂມບາຍສຳລັບທຸລະກິດຂອງທ່ານ. ກະລຸນາຕື່ມຂໍ້ມູນໃສ່ແບບຟອມນີ້ ແລ້ວ ພວກເຮົົາຈະຕິດຕໍ່ຫາທ່ານ ແລະ ຈັດກຽມສິ່ງອຳນວຍຄວາມສະດວກສຳລັບການຊຳລະເງິນໃຫ້ທ່ານ

ສະໝັກເລີຍຕອນນີ້

ສຳນັກງານໃຫຍ່

ທີ່ຢູ່:#398, ວົງວຽນດົງປ່າລານ ແລະ ດົງປາຍນາ, ໜ່ວຍ 20, ບ້ານໂພນສະຫວັນເໜືອ, ເມືອງ ສີສັດຕະນາກ, ຂະຄອນຫຼວງວຽງຈັນ, ສປປ ລາວ. ເບິ່ງແຜນທີ
ຕູ້ໄປສະນີ:1555
ສາຍດ່ວນ:1800
ໂທລະສັບ:+856 (0)21 416 999
ແຟັກ:+856 (0)21 264 995
E-mail:acledabank@acledabank.com.la
SWIFT Code:ACLBLALA

ຜັງເວັບໄຊ ແບບຟອມ ເຄັດລັບຄວາມປອດໄພ ແຈ້ງການທາງກົດໝາຍ ຜູ້ກຳລັງເຂົ້າຊົມ: 19 ຜູ້ເຂົ້າຊົມມື້ນີ້: 1,160 ຜູ້ເຂົ້າຊົມມື້ວານນີ້: 1,880
ໂໝດມືດ
ຕິດຕໍ່ກັບພວກເຮົາໄດ້ທີ່